ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອາກ​ຊັງ​ຕິນ ພົບ​ຜູ້​ຕິດເຊື້ອ​ໄຂ້ເລືອດອອກ​ຫຼາຍ​ພັນ​ຄົນ

     ສຳນັກ​ຂ່າວສານ​ຊິນ​ຮວາ​ລາຍ​ງານ​ໃຫ້​ຮູ້​ໃນ​ ວັນ​ທີ 24 ກຸມພາ 2024 ນີ້​ວ່າ: ກະຊວງ​ສາທາລະນະ​ສຸກ​ ອາກ​ຊັງ​ຕິນ ໄດ້​ອອກ​ຖະ
ແຫຼງການ​ກ່ຽວ​ກັບ​ພະຍາດ​ຕິດແປດ​ວິທະຍາ​ແຫ່ງ​ຊາດ​ໂດຍ​ລະບຸ​ວ່າ: ນັບ​ແຕ່​ວັນ​ທີ 1 ມັງກອນ ​ປີ 2024 ມາ​ຮອດ​ປັດຈຸບັນ, ອາກ​ຊັງ
​ຕິນ​ມີ​ຜູ້​ຖືກ​ບົ່ງ​ມະຕິ​ເປັນ​ພະຍາດ​ໄຂ້ເລືອດອອກ​ຫຼາຍ​ກວ່າ 40.000 ກໍລະນີ.

     ກະຊວງ​ສາທາລະນະ​ສຸກ​ອາກ​ຊັງ​ຕິນ ໃຫ້​ຮູ້​ອິ​ກວ່າ: ປີ​ນີ້ ໄດ້​ມີ​ການ​ລາຍ​ງານ​ວ່າ ມີ​ຜູ້​ເປັນ​ພະຍາດ​ໄຂ້ເລືອດອອກ 40.137 ກໍລະນີ.
ຍ້ອນ​ມີ​ຜູ້​ເປັນ​ພະຍາດ​ເພີ່ມ​ຂຶ້ນ​ຫຼາຍ ແລະ ມີ​ອາກາດ​ຮ້ອນ​ຢ່າງ​ຕໍ່​ເນື່ອງ, ສາທາລະນະ​ສຸກ​ອາກ​ຊັງ​ຕິນ​ຈຶ່ງ​ເຕືອນ​ໃຫ້​ປະຊາຊົນ​ຈົ່ງ​ເພີ່ມ​ທະ
ວີ​ການ​ປ້ອງ​ກັນ​ຕົວ ເຊິ່ງ​ລວມ​ທັງ​ມາດ​ຕະການ​ຕ່າງໆ ເຊັ່ນ: ຂ້າ​ເຊື້ອ​ຢູ່​ບ່ອນ​ທີ່​ອາດ​ຈະ​ເກີດ​ມີ​ຍຸງ, ນຳ​ໃຊ້​ຢາ​ຂ້າ​ຍຸງ ​ເພື່ອ​ຫຼີກເວັ້ນ​ບໍ່​ໃຫ້​ຍຸງ​
ກັດ ແລະ ເມື່ອ​ມີ​ອາການຕ້ອງ​ໄປ​ກວດ​ຢູ່​ໂຮງໝໍ​ໂດຍ​ໄວ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 28/02/2024